ຝຶກອົບຮົມ ການສ້າງຄວາມເຂັ້ມແຂງດ້ານການບໍລິຫານຈັດການກອງທຶນພັດທະນາບ້ານ
ໃນລະຫວ່າງວັນທີ 2-7 ມີນາ 2025 ທີ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ ໂດຍໄດ້ຮັບການສະໜັບສະໜຸນຈາກອົງການ ກອຍກາ (KOICA) ໄດ້ສືບຕໍ່ຈັດຝຶກອົບຮົມໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງດ້ານການບໍລິຫານຈັດການກອງທຶນພັດທະນາບ້ານ” ໃຫ້ແກ່ຕົວແທນ ຈໍານວນ 23 ທ່ານ ທີ່ມາຈາກ 7 ເມືອງ, 14 ບ້ານ ທີ່ນອນໃນ 3 ແຂວງ ຊຽງຂວາງ, ແຂວງ ວຽງຈັນ ແລະ ແຂວງ ບໍລິຄໍາໄຊ ຂອງ"ໂຄງການສ້າງແຜນກິດຈະກຳ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ" ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບົດຮຽນຫຼາຍເນື້ອໃນເຊັ່ນ: ລະບົບບັນຊີ, ການລະດົມສະມາຊິກ, ການບໍລິຫານຈັດການປ່ອຍກູ້, ການບໍລິຫານຈັດການເງິນຄັງ, ເຕັກນິກການດຳເນີນກອງທຶນພັດທະນາບ້ານໃຫ້ຍືນຍົງ, ກົດລະບຽບຂອງກອງທຶນ ແລະ ການອອມເງິນ, ກົດລະບຽບຂອງກອງທຶນສ້າງລາຍຮັບ ແລະ ການປ່ອຍກູ້, ການຈັດການແບ່ງປັນຜົນ ແລະ ການເຮັດລາຍງານການເງິນ. ສະນັ້ນ, ໃນວັນທີ 7 ມີນາ 2025 ຈຶ່ງໄດ້ມີພິທີປິດຊຸດຝຶກອົບຮົມ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມ ແລະມອບໃບຢັ້ງຢືນ ຂອງທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ປອ. ວົງສະຫວັນ ວົງໄກສອນ ຫົວໜ້າສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ໃນພິທີມອບໃບຢັ້ງຢືນຄັ້ງນີ້ຄະນະປະທານຍັງໄດ້ມອບຂອງຂວັນໃຫ້ນັກສໍາມະນາກອນ ແລະ ກຸ່ມສໍາມະກອນດີເດັ່ນປະຈໍາຊຸດ ແລະ ໄດ້ເນັ້ນໜັກໃຫ້ບັນດານັກສໍາມະນາພ້ອມກັນນໍາເອົາບົດຮຽນການຝຶກອົບຮົມ ໃນຕະຫຼອດໄລຍະ 5 ວັນທີ່ຜ່ານມານີ້ກັບໄປໝູນໃຊ້ໃນຊີວິດ ແລະ ໜ້າວຽກຕົວຈິງຂອງຕົນໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວຕົວເອງ ແລະ ກຸ່ມໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ແຫຼງຂໍ້ມູນ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ