Logo

 *****  ຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງສຸດໃຈ! *****

ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່) ແລະ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ໃໝ່)

ໃນຕອນບ່າຍວັນທີ 01 ກໍລະກົດ 2025 ທີ່ກົມພັດທະນາຊົນນະບົດ ໄດ້ມີພິທີ ມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່) ແລະ ທ່ານ ປອ. ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ໃໝ່). ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ພ້ອມດ້ວຍ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີ ບັນດາຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຄະນະປະສານງານໂຄງການ; ພະນັກງານ-ລັດຖະກອນ ພາຍໃນກົມເຂົ້າຮ່ວມ.

ພາບ-ຂ່າວ: ທະນົງ ສຸມິດຕອມ